ຄະນະນຳ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າອວຍພອນ ວັນຊາດຫວຽດນາມ ຄົບຮອບ 75

ໃນໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຫງວຽນ ບ໋າ ຮຸ່ງ ທີ່ໄດ້ສະລະເວລາອັນມີຄ່າ ຕ້ອນຮັບ ທ່ານ ແລະ ຄະນະ ໃນຄັ້ງນີ້. ພ້ອມນັ້ນ, ທ່ານ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດ ແລະ ຜົນງານອັນໃຫຍ່ຫຼວງຂອງພັກ-ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ຍາດມາໄດ້ຕະຫຼອດໄລຍະ 75 ປີ ຜ່ານມາ ພາຍໃຕ້ການນຳພາອັນຖືກຕ້ອງສະຫຼາດສ່ອງໃສ ຂອງພັກກອມມູນິດ ຫວຽດນາມ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ,ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ການພົວພັນສາກົນໄດ້ຮັບການເປີດກວ້າງ, ອັນໄດ້ເຮັດໃຫ້ບົດບາດ ແລະ ອິດທິພົນຂອງ ຫວຽດນາມ ນັບມື້ນັບສູງເດັ່ນໃນເວທີພາກພື້ນ ແລະ ສາກົນ.
ທ່ານ ລັດຖະມນຕີ ກວຕ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມື ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ ຊຶ່ງໄດ້ພ້ອມກັນປະກອບສ່ວນສ້າງສາຍພົວພັນອັນເປັນມູນເຊື້ອ, ພ້ອມກັນນັ້ນ ກໍໄດ້ພົວພັນຮ່ວມມື ກັບ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ. ຍ້ອນການພົວພັນຮ່ວມມືດັ່ງກ່າວນັ້ນ ຈຶ່ງເຮັດໃຫ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມດຽວກັນນັ້ນ, ທ່ານ ກໍໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຊຶ່ງຍາມໃດກໍໃຫ້ການສະໜັບສະໜູນຊ່ວຍເຫຼືອ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ ຕະຫຼອດມາ ແລະ ຈະສືບຕໍ່ສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອດັ່ງກ່າວ ໃຫ້ໝັ້ນຄົງທະນົງແກນຕະຫຼອດໄປ.
ໃນໂອກາດດຽວກັນນີ້, ທ່ານ ຫງວຽນ ບ໋າ ຮຸ່ງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ກວຕ ແລະ ຄະນະ ທີ່ໄດ້ມາອວຍພອນ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ ຄັ້ງນີ້, ທ່ານ ກ່າວວ່າ ຕະຫຼອດໄລຍະ 75 ປີ ທີ່ພັກ-ລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ຍາດຜົນງານດັ່ງກ່າວ ກໍຍ້ອນການແລກປ່ຽນໃຫ້ການສະໜັບສະໜູນຊ່ວຍເຫຼືອຈາກ ພັກ-ລັດຖະບານ ແລະ ປະຊາຊົນລາວ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຫວຽດນາມ-ລາວ ໃນໄລຍະຜ່ານມາ ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ ແລະ ການພົວພັນຮ່ວມມື ລະຫວ່າງ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ, ທີ່ມີຜົນສຳເລັດໃນຫຼາຍດ້ານ, ທ່ານ ຫວັງຢ່າງຍິ່ງ ວ່າ: ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ຈະໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

ຂ່າວ ແລະ ພາບ: ບາລະຄອນ ສຸວັນນະພາສີ

error: Content is protected !!
lo
en_GB lo