ຕິດຕາມກວດສອບປະລິມານສຸດທິຜະລິດຕະພັນ ຂອງບໍລິສັດອຸດສາຫະກຳກະເສດອິນຊີລາວ ຈຳກັດຜູ້ດຽວ

ເພື່ອປະຕິບັດຕາມລະບຽບການຄຸ້ມຄອງທາງດ້ານປະລິມານສຸດທິ ທີ່ບັນຈຸໃນສິນຄ້າຫຸ້ມຫໍ່ ຂອງ ສປປ ລາວ ແລະທັງເປັນການຊຸກຍູ້ສົ່ງເສີມຜະລິດຕະພັນສິນຄ້າຫຸ້ມຫໍ່ທີ່ຜະລິດ, ຈຳໜ່າຍ ຢູ່ ສປປ ລາວ ແລະ ສົ່ງອອກ ເພື່ອສ້າງ ໃຫ້ມີເງື່ອນໄຂອັນສະດວກໃນການຊື້-ຂາຍ ບໍ່ມີການເອົາລັດເອົາປຽບລະຫວ່າງຜູ້ຊື້, ຜູ້ຂາຍ ແລະ ລະຫວ່າງ ໂຮງງານກັບໂຮງງານ ໃຫ້ສັງຄົມມີຄວາມເຊື່ອໝັ້ັ້ັ້ັ້ັ້ນ ແລະ ໄດ້ຮັບການຍອມຮັບທັງພາຍໃນ, ພາກພື້ນ ແລະ ສາກົນ.
ໃນວັນທີ 28 ກຳລະກົດ 2020 ນີ້, ໜ່ວຍງານກວດສອບສິນຄ້າຫຸ້ມຫໍ່ຂອງສູນວັດແທກ ທີ່ຂຶ້ນກັບ ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງນຳໂດຍ ທ່ານ ນາງ ຈັນສຸດາ ແກ້ວວົງກົດ ຜູ້ຮັບຜິດຊອບໜ່ວຍງານດັ່ງກ່າວ ພ້ອມດ້ວຍພະນັກງານ ໄດ້ລົງຕິດຕາມກວດສອບປະລິມານສຸດທິ ທີ່ບັນຈຸໃນຜະລິດຕະພັນປະເພດ ເຄື່ອງດື່ມ (ເຫຼົ້າ) ທີ່ຜະລິດຈາກອ້ອຍ ຂອງ ບໍລິສັດ ອຸດສາຫະກຳກະເສດອິນຊີລາວ ຈຳກັດຜູ້ດຽວ ຕັ້ງຢູ່ບ້ານ ນາຊອນ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ຊຶ່ງການລົງຕິດຕາມໃນຄັ້ງນີ້ແມ່ນ ເປັນປີທີ 2 ພາຍຫຼັງໄດ້ລົງກວດສອບ ແລະ ອອກໃບຢັ້ງຢືນໃຫ້ແກ່ບໍລິສັດດັ່ງກ່າວໃນປີຜ່ານມາ.
ທ່ານ ນາງ ດອກໄມ້ ແກ້ວມີໄຊ, ຜູ້ຈັດການຂອງບໍລິສັດ ອຸດສາຫະກຳກະເສດອິນຊີລາວ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ບໍລິສັດດັ່ງກ່າວແມ່ນໄດ້ເລີ່ມກໍ່ຕັ້ງມາແຕ່ປີ 2006 ເປັນຕົ້ນມາ ແລະ ໄດ້ຜະລິດສິນຄ້າປະເພດເຫຼົ້າທີ່ມີວັດຖຸດິບເປັນສ່ວນປະສົມຈາກອ້ອຍ ຊຶ່ງທາງບໍລິສັດແມ່ນໄດ້ປູກເອງ ແລະ ຮັບຊື້ຈາກພາຍນອກຈຳນວນໜຶ່ງ ໂດຍຕັ້ງເປົ້າໃນການຜະລິດບໍ່ໃຫ້ຫຼຸດ 20 ໂຕນຕໍ່ປີ ເພື່ອໃຫ້ພຽງພໍຕໍ່ການຈຳໜ່າຍຢູ່ທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ເປັນຕົ້ນແມ່ນສົ່ງອອກປະເທດຍີ່ປຸ່ນ. ທ່ານຍັງໃຫ້ຮູ້ຕື່ມວ່າ: ທາງບໍລິສັດແມ່ນໄດ້ນຳໃຊ້ເຄື່ອງຈັກທີ່ທັນສະໄໝເຂົ້າໃນຂະບວນການຜະລິດ ແລະ ໝັກດ້ວຍວັດສະດຸທີ່ນຳເຂົ້າຈາກຕ່າງປະເທດທີ່ໄດ້ມາດຕະຖານ.
ໃນການກວດສອບແມ່ນໄດ້ກວດສອບທັງໝົດ 2 ຂະໜາດຕາມທີ່ໄດ້ລະບຸໄວ້ຢູ່ໃນບັນຈຸພັນ ຄື: ຂະໜາດ 50ml ແລະ 200ml ໂດຍໄດ້ສຸ່ມເອົາຕົວຢ່າງ ຈຳນວນຂະໜາດລະ 20 ແກ້ວມາຊັ່ງບໍລິມາດ, ໃນເບື້ອງຕົ້ນເຫັນວ່າບໍລິມາດບັນຈຸຂອງແຕ່ລະຂະໜາດແມ່ນຢູ່ໃນເກນມາດຕະຖານທີ່ກຳນົດໄວ້. ທາງຄະນະກຳມະການຈື່ງ ໄດ້ເຮັດບົດບັນທຶກໄວ້ເພື່ອເປັນຫຼັກຖານ ແລະ ນຳຜົນກວດສອບດັ່ງກ່າວມາຄິດໄລ່ລະອຽດເພື່ອເປັນບ່ອນອີງໃນການອອກໃບຢັ້ງຢືນໃຫ້ແກ່ຜະລິດຕະພັນດັ່ງກ່າວ.

ຮູບພາບ ແລະ ບົດຂ່າວ: ພຸດທະຈັນ ຊັບທະວີ

error: Content is protected !!
lo
en_GB lo