ກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ບັນດາລາຍຊື່ມາດຕະຖານອຸປະກອນເຄື່ອງໃຊ້ໄຟຟ້າ-ເອເລັກໂຕຣນິກຂອງສາກົນ (IEC) ທີ່ຈະຮັບຮອງເອົາມາເປັນມາດຕະຖານແຫ່ງຊາດລາວ

ໃຫ້ເຫັນບົດບາດຄວາມສຳຄັນຂອງວຽກງານມາດຕະຖານ ແລະ ວັດແທກ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສປປ ລາວ ພວກເຮົາເຫັນໄດ້ວ່າ ເກີດມີການໄຫຼວຽນຂອງສິນຄ້າ ແລະ ການບໍລິການລະຫວ່າງປະເທດສະມາຊິກ ດ້ວຍກັນຢ່າງເສລີ ທັງລະດັບພາກພື້ນກໍ່ຄືສາກົນ ລວມທັງ ສປປ ລາວ ເຮົາເອງ.
ສະນັ້ນ, ໃນວັນທີ 10ກໍລະກົດ 2020,ພະແນກມາດຕະຖານ, ກົມມາດຕະຖານ ແລະ ວັດແທກ, ກະ ຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ບັນດາ ລາຍຊື່ມາດຕະຖານອຸປະກອນເຄື່ອງໃຊ້ໄຟຟ້າ-ເອເລັກໂຕຣນິກຂອງສາກົນ (IEC) ທີ່ຈະຮັບຮອງເອົາມາເປັນມາດ ຕະຖານແຫ່ງຊາດລາວ ໃນຂັ້ນຄະນະກຳມະການເຕັກນິກແຫ່ງຊາດ, ຢູ່ທີ່ ຫ້ອງປະຊຸມຊັ້ນ 2ຂອງກົມມາດຕະ ຖານ ແລະ ວັດແທກ.
ໃຫ້ກຽດເປັນປະທານດຳເນີນກອງປະຊຸມ, ໂດຍທ່ານ ວັນໄຊ ແມັກສະຣິກ ຫົວໜ້າໜ່ວຍງານຄະນະກຳ ມະການເຕັກນິກແຫ່ງຊາດ ດ້ານຜະລິດຕະພັນອຸປະກອນໄຟຟ້າ – ເອເລັກໂຕຣນິກ, ມີບັນດາຄະນະກຳມະການ ເຕັກນິກແຫ່ງຊາດ, ຜູ້ຕາງໜ້າຈາກພາກສ່ວນຕ່າງໆເຊັ່ນ: ມະຫາວິທະຍາໄລແຫ່ງຊາດ, ບັນດາກະຊວງ, ຂະ ແໜງການທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດ ພ້ອມດ້ວຍ ພະນັກງານ ແລະ ກອງເລຂາ ເຂົ້າຮ່ວມ ຈຳນວນ 45ທ່ານ.
ຈຸດປະສົງຂອງການປະຊຸມຄັ້ງນີ້ ແມ່ນສຶກສາຄົ້ນຄວ້າ, ປະກອບຄໍາເຫັນແລະຄັດເລືອກບັນດາມາດຕະຖານຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຼນິກ ສາກົນ (IEC) ມາເປັນມາດຕະຖານແຫ່ງຊາດຈໍານວນ 50 ມາດຕະຖານເພື່ອເປັນບ່ອນອີງໃນການຊຸກຍູ້ສົ່ງເສີມ, ການຄຸ້ມຄອງ, ກວດກາຜະລິດຕະພັນອຸປະກອນເຄື່ອງ ໃຊ້ໄຟຟ້າ ແລະ ເອເລັກໂຕຼນິກທີ່ຜະລິດ, ນໍາເຂົ້າແລະຈໍາໜ່າຍຢູ່ສປປລາວໃຫ້ໄດ້ມາດຕະຖານແລະເພື່ອເຊື່ອມໂຍງກັບບັນດາມາດຕະຖານຂອງພາກພື້ນ (ອາຊຽນ) ແລະ ສາກົນ.
ທັງເປັນການປົກປ້ອງຜູ້ບໍລິໂພກໃຫ້ໄດ້ໃຊ້ຜະລິດຕະພັນທີ່ມີຄຸນນະພາບ, ມີຄວາມປອດໄພແລະຮັບປະກັນຕໍ່ຊີວິດແລະສັບສິນອີກດ້ວຍ.
ບັນຊີລາຍການຈໍານວນ 50 ມາດຕະຖານນີ້ແມ່ນໄດ້ສັງລວມຂໍ້ມູນແລະຄັດເລືອກຈາກບັນຊີລາຍຊື່ຂອງຜະລິດຕະພັນສິນຄ້າທີ່ກ່ຽວກັບອຸປະກອນເຄື່ອງໃຊ້ໄຟ ຟ້າເອເລັກໂຕຼນິກທີ່ໄດ້ນໍາເຂົ້າຕົວຈິງແລະໄດ້ຈາກການຜະລິດ, ຈໍາໜ່າຍແລະຖືກນໍາໃຊ້ຕົວຈິງຢູ່ໃນສັງຄົມ.
ພາຍຫຼັງຄະນະກໍາມະການເຕັກນິກແຫ່ງຊາດເຫັນດີໃຫ້ຮັບຮອງ, ກອງເລຂາຈະໄດ້ສົ່ງບັນຊີລາຍການທີ່ຈະຮັບຮອງດັ່ງກ່າວນີ້ລົງໃນເວັບໄຊຂອງກົມ ແລະ ກະ ຊວງການຄ້າເພື່ອໃຫ້ສາທາລະນະຊົນປະກອບຄໍາເຫັນຕື່ມເປັນໄລຍະເວລາ 2 ເດືອນຫຼື 60 ວັນ. ຫຼັງຈາກນັ້ນ, ກອງເລຂາຈະໄດ້ສັງລວມຂໍ້ມູນເພື່ອນໍາສະເໜີຕໍ່ສະພາມາດ ຕະຖານແຫ່ງຊາດເພື່ອຮັບຮອງແລະປະກາດໃຊ້ຢ່າງເປັນທາງການ.

error: Content is protected !!
lo
en_GB lo