ສ້າງຄວາມເຂັ້ມແຂງ ວຽກງານຂ່າວສານ ແລະ ປະຊາສໍາ ພັນ ໃຫ້ແກ່ ພະນັກງານພາຍໃນ ກວຕ

ໃນລະຫວ່າງວັນທີ 20-21 ສິງຫາ 2020 ນີ້, ພະແນກຂ່າວສານ ແລະ ປະຊາສໍາພັນ, ຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ສຳເລັດການຝຶກອົບຮົມໃນຫົວຂໍ້: “ສ້າງຄວາມເຂັ້ມແຂງທາງດ້ານວຽກງານ ຂ່າວສານ ແລະ ປະຊາສໍາພັນ” ໃຫ້ແກ່ ຜູ້ປະສານງານຂ່າວສານໃນຂົງເຂດວຽກງານວິທະຍາສາດ ແລະ ເຕັກໂນ ໂລຊີ ຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວປິດຊຸດຝຶກອົບຮົມຄັ້ງ ນີ້ໂດຍ ທ່ານ ພຸດທະສັກ ວິຈິດຕຣາ, ຫົວໜ້າຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງທາງດ້ານວຽກງານຂ່າວສານ ແລະ ປະຊາສໍາພັນ ໃຫ້ແກ່ພະນັກງານວິຊາການພາຍໃນກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໂດຍສະເພາະແມ່ນການເຜີຍແຜ່ຂໍ້ມູນຂ່າວສານໃນຂົງເຂດວິທະຍາສາດ ແລະ ເຕັກ ໂນໂລຊີ ເວົ້າລວມ, ເວົ້າສະເພາະແມ່ນບັນດາຫ້ອງການ, ກົມ, ສະຖາບັນພາຍໃນກະຊວງ ແນໃສ່ເພື່ອໃຫ້ມີ ເນື້ອໃນຄົບຖ້ວນ, ມີປະສິດທິພາບ, ທັນເຫດການ ແລະ ຖືກຕ້ອງຕາມຫຼັກວິຊາການ.
ໃນການຝຶກອົບຮົມດັ່ງກ່າວຜູ້ເຂົ້າຮ່ວມໄດ້ຮັບຟັງການບັນລະຍາຍຈາກ ທ່ານ ບິນລີ້ ສີສຸລາດ, ຮັກສາການຫົວໜ້າພະແນກຂ່າວສານ ແລະ ປະຊາສໍາພັນ ແລະ ທ່ານ ພອນສະຫວັນ ສຸວັນນະວົງ, ຮອງຫົວໜ້າພະແນກຂ່າວສານ ແລະ ປະຊາສໍາພັນ, ຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງ ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໂດຍສະເພາະແມ່ນບົດຮຽນກ່ຽວກັບທັກສະການຂຽນຂ່າວ, ການວິເຄາະເນື້ອໃນຂ່າວ, ການຕັ້ງຫົວຂໍ້ຂ່າວ, ຄວາມຮູ້ພື້ນຖານ ການປະກອບພາບໃນຂ່າວ ແລະ ອື່ນໆ ໂດຍໄດ້ມີການຈັດແບ່ງນັກສໍາມະນາກອນອອກເປັນ 5ກຸ່ມ ເພື່ອແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ພ້ອມທັງເຮັດໃຫ້ນັກສໍາມະ ນາກອນສາມາດກໍາໄດ້ເນື້ອໃນລະອຽດຢ່າງເລິກເຊິ່ງ.
ນອກນັ້ນ, ບັນດານັກສໍາມະນາກອນທີ່ເຂົ້າຮ່ວມຍັງໄດ້ພັດປ່ຽນກັນຂຶ້ນລາຍງານຂ່າວຕົວຈິງ ຊຶ່ງເຮັດໃຫ້ບັນຍາກາດຂອງການຝຶກຍິ່ງມີຄວາມຟົດຟື້ນຂຶ້ນຕື່ມ.
ພາຍຫຼັງສຳເລັດການຝຶກອົບຮົມ ກໍໄດ້ມີພິທີມອບ-ຮັບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນຊຸດດັ່ງກ່າວ ໂດຍໃຫ້ກຽດມອບຂອງ ທ່ານ ພຸດທະສັກ ວິຈິດຕຣາ, ຫົວໜ້າຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ຊຸດຝຶກອົບຮົມຄັ້ງນີ້ ມີນັກສໍາມະນາກອນທີ່ເປັນຜູ້ປະສານງານຂ່າວສານຈາກຫ້ອງການ, ກົມ ແລະ ສະຖາບັນ ພາຍໃນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າຮ່ວມ ຈຳນວນທັງໝົດ 30 ທ່ານ.

ພາບ ແລະ ຂ່າວ: ແສງທອງ ວັນນະທໍາ

error: Content is protected !!
lo
en_GB lo