ປຶກສາຫາລືກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ ໃນການຮ່ວມມືລົງທຶນພັດທະນາເຂດເຕັກໂນໂລຊີ ລະດັບ ສູງ ລາວ-ຈີນ

 

ໃນວັນທີ 8 ພຶດສະພາ 2020 ຜ່ານມາ, ທີ່ຫ້ອງວ່າການ ແຂວງ ວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ໃນການຮ່ວມມືລົງທຶນພັດທະນາເຂດເຕັກໂນໂລຊີ ລະດັບສູງ ລາວ-ຈີນ ໂດຍ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນ ຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ຄຳພັນ ສິດທິດຳພາ, ກຳມະການສູນກາງພັກ, ເຈົ້າ ແຂວງໆວຽງຈັນ ຊຶ່ງມີທ່ານຮອງເຈົ້າແຂວງ, ບັນດາເຈົ້າເມືອງ, ພະແນກການອ້ອມຂ້າງແຂວງ ວຽງຈັນ, ບັນດາຫົວ ໜ້າຫ້ອງການ, ກົມ, ສະຖາບັນຈາກກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ, ບໍລິສັດ ພັດທະນາ ເຕັກໂນໂລຊີ ເອັນຕີ້ (ປັກກິງ) ຈໍາກັດຜູ້ດຽວ ແລະ ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນ ໄຟຟ້າ ຈໍາກັດຜູ້ດຽວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບສະພາບລວມຂອງໂຄງການ ຈາກຄະ ນະຮັບຜິດຊອບ ວ່າ: ໂຄງການສຶກສາຄວາມເປັນໄປໄດ້ໃນການຮ່ວມມືລົງທຶນພັດທະນາເຂດເຕັກໂນໂລຊີ ລະດັບ ສູງ ລາວ-ຈີນ ແມ່ນ ການຮ່ວມມື ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນນາມລັດຖະບານ ແລະ ບໍລິສັດ ພັດທະນາ ເຕັກໂນໂລຊີ ເອັນຕີ້ (ປັກກິງ) ຈໍາກັດຜູ້ດຽວ ແລະ ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ໂດຍມີຈຸດປະສົງເພື່ອສ້າງພື້ນຖານໂຄງລ່າງທາງດ້ານການຄົ້ນຄວ້າ ແລະ ພັດທະນາທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ເປັນລະບົບຄົບຊຸດເພື່ອກ້າວໄປສູ່ການຜະລິດເປັນສິນຄ້າ ແລະ ການບໍລິການຕາມທ່າແຮງຂອງ ສປປ ລາວ ດ້ວຍມູນຄ່າການລົງທຶນໃນເບື້ອງຕົ້ນປະມານ 300.000.000 ໂດລາ (ສາມຮ້ອຍລ້ານໂດລາ).
ໂຄງການດັ່ງກ່າວຈະໄດ້ພັດທະນາຢູ່ 2 ເຂດຄື: ເຂດທີ 1 ແມ່ນ ເຂດບ້ານດອນຕິ້ວ (ຫ້ວຍຍາງ), ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຈໍານວນ 45 ເຮັກຕາ ແລະ ຢູ່ເມືອງວັງວຽງ, ແຂວງວຽງຈັນ ຈຳນວນ 200 ເຮັກຕາ.
ໃນນັ້ນ, ຢູ່ນະຄອນຫຼວງວຽງຈັນ ຈະໄດ້ກໍານົດເປັນ 5 ເຂດຄື: ເຂດການຄົ້ນຄວ້າ ແລະ ພັດທະນາ, ເຂດວາງສະແດງ ແລະ ຫໍປະຊຸມ, ເຂດສູນບົ່ມເພາະວິສາ ຫະກິດ, ເຂດຫ້ອງການ ແລະ ເຂດບໍລິການ ທີ່ພັກອາໃສ; ເຂດທີ 2 ແມ່ນ ເຂດພັດທະນາຢູ່ເມືອງວັງວຽງ ກໍານົດມີ 9 ເຂດຄື: ເຂດສໍານັກງານຫ້ອງການ, ເຂດສູນການ ແພດເພື່ອສຸຂະພາບ, ເຂດບໍລິການສິ່ງອໍານວຍຄວາມສະດວກຕ່າງໆໃຫ້ແກ່ປະຊາຊົນ, ນັກທຸລະກິດ, ນັກວິທະຍາສາດ ແລະ ນັກທ່ອງທ່ຽວ, ເຂດບໍລິການຂົນສົ່ງສາທາລະ ນະຕ່າງໆ, ເຂດເຕັກໂນໂລຊີ, ໂທລະຄົມອິນເຕີເນັດ, ເຂດພະລັງງານທົດແທນແບບໃໝ່, ເຂດອໍານວຍຄວາມສະດວກ ແລະ ບໍລິການ, ເຂດເຄືອຄ່າຍການສຶກສາອັດສະລິ ຍະ ແລະ ເຂດການຜະລິດ ໂດຍການນໍາໃຊ້ເຕັກໂນໂລຊີລະດັບສູງ.
ຖ້າຫາກໂຄງການດັ່ງກ່າວເກີດຂຶ້ນຈະມີຜົນປະໂຫຍດຢ່າງຫຼວງຫຼາຍມາສູ່ ສປປ ລາວ ເປັນຕົ້ນແມ່ນ ການຊຸກຍູ້ສົ່ງເສີມຍົກລະດັບເຕັກໂນໂລຊີ ປ່ຽນຈາກການ ຜະລິດອຸດສະຫະກໍາແບບດັ້ງເດີມໃຫ້ມີການນໍາເອົາເຕັກໂນໂລຊີມາສ້າງມູນຄ່າເພີ່ມ ຫຼື ຊ່ວຍຫຼຸດຕົ້ນທຶນໃນການຜະລິດ ລວມທັງເຮັດໃຫ້ຜະລິດຕະພັນ ຂອງລາວມີມາດຕະ ຖານ ແລະ ເພີ່ມມູນຄ່າການສົ່ງອອກ; ຈະຊ່ວຍໃຫ້ສັງຄົມມີຜະລິດຕະພັນນະວັດຕະກໍາທີ່ມີຄຸນນະພາບ ແລະ ມີທາງເລືອກໃນການຊົມໃຊ້ຜະລິດຕະພັນຢູ່ພາຍໃນປະເທດ ໃຫ້ຫຼາຍຂຶ້ນ, ປະຊາຊົນລາວມີໂອກາດໃນການເຂົ້າເຖິງການບໍລິການທາງດ້ານສາທາລະ ນະສຸກທີ່ທັນສະໄໝ, ມີລະບົບການສຶກສາດ້ານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ ມີຄຸນນະພາບສູງ, ລະບົບການຂົນສົ່ງສາທາລະນະທີ່ໄດ້ມາດຕະຖານ ແລະ ເປັນສາກົນ, ພະລັງງານທາງເລືອກຫຼາກຫຼາຍເຊັ່ນ: ພະລັງງານແສງຕາເວັນ, ພະລັງງານລົມ ແລະ ພະລັງງານຊີວະພາບ, ມີການບໍລິການດ້ານອິນເຕີເນັດທີ່ມີຄວາມໄວສູງ. ພ້ອມນັ້ນ, ຍັງຈະສ້າງວຽກເຮັດງານທໍາໃຫ້ປະຊາຊົນໄດ້ມີອາຊີບ ແລະ ມີລາຍຮັບທີ່ໝັ້ນຄົງຄາດວ່າ ຈະສາມາດຊ່ວຍແກ້ໄຂການມີວຽກເຮັດງານທໍາບໍ່ຕຳ່ກວ່າ 30.000 ຄົນ.
ພ້ອມນັ້ນ, ຍັງຈະເປັນແຫຼ່ງລົງທຶນໃຫ້ແກ່ການຄົ້ນຄວ້າໃຫ້ທາງພາກລັດ, ສະຖາບັນການສຶກສາ ແລະ ພາກເອກະຊົນຂອງລາວ ໃຫ້ບັນລຸເປົ້າໝາຍຂອງ ສປປ ລາວ ຂອງແຜນຍຸດທະສາດ ພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ປີ 2025 ແລະ ວິໄສທັດ ປີ 2020 ໃນການເພີ່ມຈໍານວນນັກຄົ້ນຄວ້າ-ນັກວິທະຍາສາດ ເພື່ອປະ ກອບສ່ວນເປັນກໍາລັງແຮງຂັບເຄື່ອນການພັດທະນາໃນການຫັນເປັນອຸດສະຫະກໍາ ແລະ ທັນສະໄໝ ເທື່ອລະກ້າວຂອງປະເທດເຮົາ.
ໃນໂອກາດທີ່ຮ່ວມເຮັດວຽກກັບການນຳ ແຂວງ ວຽງຈັນ ໃນຄັ້ງນີ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງໄດ້ມອບລົດຕູ້ຈຳນວນ 1 ຄັນໃຫ້ແກ່ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ວຽງຈັນ ເພື່ອຮັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ຊຶ່ງມອບໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຮັບໂດຍ ທ່ານ ພົມມະລາ ນັນທະວົງ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ວຽງຈັນ ໂດຍມີ ທ່ານ ຄຳ ພັນ ສິດທິດຳພາ, ເຈົ້າແຂວງໆ ວຽງຈັນ ແລະ ພວກສ່ວນທີ່ກ່ຽວຂ້ອງຮ່ວມເປັນສັກຂີພິຍານ.

ພາບ ແລະ ຂ່າວ: ບຸນທັນ ນັນທະວົງ

error: Content is protected !!
lo
en_GB lo