ລັດຖະມົນຕີ ກວຕ ລົງຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ

ໃນຕອນບ່າຍວັນທີ 27 ກໍລະກົດ 2020, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນ ໄຫວຊຸກຍູ້ ແລະ ເຮັດວຽກຢູ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ໂດຍໃຫ້ການຕ້ອນ ຮັບຂອງ ນາງ ແຕງອ່ອນ ລິນສົມພູ, ຮັກສາການຫົວໜ້າ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ(ພວຕ) ແຂວງ ຄຳມ່ວນ ພ້ອມດ້ວຍອ້າຍ-ນ້ອງພະນັກງານພາຍໃນພະແນກ.
ໂອກາດດັ່ງກ່າວ, ທ່ານ ນາງ ແຕງອ່ອນ ລິນສົມພູ ໄດ້ລາຍງານສະພາບລວມຂອງການເຄື່ອນໄຫວການ ຈັດຕັ້ງປະຕິບັດວຽກງານຂອງ ພວຕ ແຂວງ ຄຳມ່ວນ ໃນໄລຍະຜ່ານມາ ຊຶ່ງມີຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານເປັນ ຕົ້ນແມ່ນການຈັດຕັ້ງປະຕິບັດວຽກງານໃນການລົງຕິດຕາມກວດກາຄຸນນະພາບຂອງນ້ຳມັນເຊື້ອໄຟ, ກວດກາກົງ ເຕີໄຟຟ້າ, ນ້ຳປະປາ ແລະ ຄຸນນະພາບຂອງສິນຄ້າເພື່ອໃຫ້ໄດ້ຕາມມາດຕະຖານ ແລະ ວຽກງານອື່ນໆ.
ພ້ອມນັ້ນ, ພວຕ ແຂວງຄຳມ່ວນ ຍັງສະເໜີເຖິງກະຊວງເພື່ອຊ່ວຍຝຶກອົບຮົມ-ຍົກລະດັບຄວາມຮູ້ທາງ ວິຊາການໃຫ້ແກ່ພະນັກງານຂອງພະແນກ ເພື່ອຮອງຮັບການຈັດຕັ້ງປະຕິບັດວຽກງານຕາມການມອບໝາຍໃຫ້ສຳເລັດ ພ້ອມທັງສະເໜີສະໜອງອຸປະກອນທີ່ຈຳເປັນເພື່ອຮັບ ໃຊ້ເຂົ້າໃນວຽກງານວິຊາສະເພາະ ແລະ ບັນຫາອື່ນໆ ຕໍ່ທ່ານລັດຖະມົນຕີ. ພ້ອມດຽວກັນນັ້ນ, ຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາຂອງຜູ້ເຂົ້າຮ່ວມ ແນໃສ່ເພື່ອໃຫ້ການຈັດຕັ້ງປະຕິວັດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ແຂວງ ຄຳມ່ວນ ໃຫ້ສາມາດຈັດຕັ້ງປະຕິບັດວຽກງານໄດ້ຕາມຄວາມຮັບຜິດຊອບ.
ໂອກາດດຽວກັນ, ທ່ານລັດຖະມົນຕີ ກວຕ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ພວຕ ແຂວງ ຄຳມ່ວນ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຈົນໄດ້ຮັບຜົນສຳເລັດໃນຫຼາຍດ້ານ.
ພ້ອມທັງເນັ້ນໜັກໃຫ້ພະແນກ ເອົາໃຈໃສ່ໃນການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ, ເອົາໃຈໃສ່ສຶກສາຮຽນຮູ້ສຶກສາກ່ຽວກັບການພັດທະນາວິ ທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານທີ່ຮັບຜິດຊອບ ໂດຍສະເພາະແມ່ນຍຸກການພັດທະນາອຸດສາຫະກຳ 4.0 ເຫັນວ່າມີສຳຄັນ ຫຼາຍໃນປັດຈຸບັນ. ພ້ອມດຽວກັນນັ້ນ, ຈະຕ້ອງໄດ້ເອົາໃຈໃສ່ໃນການປູກຈິດສຳນຶກໃຫ້ນັກຮຽນ, ນັກສຶກສາ, ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນ ໃຫ້ຮັບຮູ້ກຽ່ວກັບ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງກວ້າງຂວາງ ເພື່ອນຳໃຊ້ຜົນສຳເລັດຂອງການຄົ້ນຄວ້າ, ບັນດາເຕັກໂນໂລຊີທີ່ທັນສະໄໝ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານ ຕ່າງໆໃຫ້ມີປະສິດຜົນຫຼາຍຂຶ້ນກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນການຈັັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ໃຫ້ປະສົບຜົນສຳເລັດຕາມຄາດ ໝາຍ.
ພາບ-ຂ່າວ: ແສງທອງ ວັນນະທຳ

error: Content is protected !!
lo
en_GB lo