ພິທີເປີດມະຫະກຳບຸນຊ້າງ ແຂວງ ໄຊຍະບູລີ ປະຈຳປີ 2020

ມະຫະກໍາບຸນຊ້າງ ຄັ້ງທີ 14 ປະຈໍາປີ 2020 ໄດ້ເປີດ ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 22 ກຸມພາ2020 ນີ້ ທີ່ສະໜາມຫຼວງ ແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ, ຮອງປະ ທານປະເທດ;ທ່ານ ພົງສະຫວັນ ສິດທະວົງ,ເຈົ້າແຂວງ ໄຊຍະບູລີ;ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະ ຊວງວິທະຍາສາດ ແລະ ເຕັກໂນໂລຊີ, ບັນດາເຈົ້າແຂວງ, ຮອງເຈົ້າແຂວງທົ່ວປະເທດ, ແຂກຮັບເຊີນທັງພາຍໃນ ແລະ ຕ່າງປະເທດ, ຕະຫຼອດເຖິງອໍານາດການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າແຂວງ ໄຊຍະບູລີ.
ການຈັດງານບຸນຊ້າງ ເປັນການອະນຸລັກຊ້າງລາວ ເພາະຊ້າງເປັນມໍລະດົກຂອງຊາດ ທັງເປັນມິ່ງຂວັນ ຄູ່ບ້ານຄູ່ເມືອງ, ການສືບຕໍ່ຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາ ຊົນບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການໃຫ້ຍືນຍົງຕະຫຼອດໄປ. ງານບຸນຊ້າງເປັນ ການສົ່ງເສີມກິດຈະກໍາອະນຸລັກຊ້າງ, ໃຫ້ຊ້າງໄດ້ພົບກັນ, ປະສົມພັນກັນ ແລະ ກໍໃຫ້ເກີດການສືບພັນໃນອະ ນາຄົດ, ເວທີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງ ຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກ ປ່ຽນບົດຮຽນຂອງຄວານຊ້າງ.
ພາຍຫຼັງທີ່ ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ໄຊຍະບູລີ ໄດ້ກ່າວເປີດງານຢ່າງເປັນທາງການແລ້ວ, ທ່ານ ຍັນຍົງ ສີປະເສີດ, ຮອງເຈົ້າແຂວງ ໄຊຍະບູລີ ໄດ້ລາຍງານການກະກຽມງານມະຫາກໍາບຸນຊ້າງ ຄັ້ງທີ 14 ປະຈໍາປີ 2020 ວ່າ: ມະຫະກຳບຸນຊ້າງໄຊຍະບູລີ ແມ່ນຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ;ສໍາລັບປີນີ້ ແມ່ນ ຈັດຂຶ້ນເປັນຄັ້ງທີ 14 ມີຊ້າງພາຍໃນແຂວງເຂົ້າຮ່ວມ ຈໍານວນ 71 ໂຕ ຊຶ່ງຕິດພັນກັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ, ພິເສດ ຊ້າງທີ່ມາຮ່ວມງານໃນປີນີ້ ແມ່ນມີຊ້າງເຜືອກເຂົ້າຮ່ວມ 1 ໂຕ ລວມທັງໝົດ 72 ໂຕ.
ສໍາລັບກິດຈະກໍາຫຼັກຂອງການຈັດງານໃນປີນີ້ ແມ່ນເນັ້ນໜັກກິດຈະກຳທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ, ໂດຍສະເພາະການສະແດງຂອງຊ້າງຄໍາຮູ້. ໃນແຕ່ລະວັນຂອງໄລຍະການຈັດງານ ຈັດໃຫ້ມີກິດຈະກໍາຫລາກຫລາຍສີສັນ, ໂດຍສະເພາະ ການຈັດວາງສະແດງສິນຄ້າຜົນຜະລິດທາງດ້ານກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາ 11 ຕົວເມືອງ ພາຍໃນແຂວງໄຊຍະບູລີ, ສິນຄ້ານະວັດຕະກຳທີ່ຕິດພັນທາງດ້ານວິຊາການ ຈາກບາງພະແນກ ການຂອງແຂວງໄຊຍະບູລີ, ຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນທັງພາຍໃນແຂວງ, ຈາກປະເທດໃກ້ຄຽງ ແລະ ຕົວແທນຂອງຊາວບ້ານເຂົ້າຮ່ວມ ຈຳນວນ 132 ຮ້ານ.
ກິດຈະກໍາອື່ນໆ ມີພິທີແຫ່ຂະບວນຊ້າງເຜືອກເຂົ້າເມືອງໄຊຍະບູລີ, ພິທີກຳທາງສາສະໜາ, ພິທີຕັກບາດຖວາຍສັງຄະທານ ຕາມຮີດຄອງປະເພນີ, ການສະແດງ ສິລະປະວັນນະຄະດີຂອງສິລະປະກອນຈາກອ້ອມຂ້າງແຂວງ ແລະ ເມືອງ.
ສຳລັບມື້ເປີດງານເປັນທາງການ ມີກິດຈະກຳຕ່າງໆ ເຊັ່ນ: ຂະບວນແຫ່ຂອງຊ້າງ ຈຳນວນ 72 ໂຕ ປະສານສຽງເປົ່າສະໄນ, ຂະບວນແຫ່ກ້ອນກຳລັງຂອງ 11 ເມືອງ ທີ່ມີເອກະລັກຂອງຊົນເຜົ່າ ແລະ ຮີດຄອງປະເພນີ, ຂະບວນສະແດງຂອງ 8 ເຜົ່າ, ຊົມການສະແດງກິດຈະກຳຂອງຊ້າງຄຳຮູ້ 19 ລາຍການ, ພິທີບາສີສູ່ຂວັນຊ້າງ, ລັ່ນຄ້ອງ 9 ບາດ, ຕັດແຖບຜ້າປ່ອຍປຸມເປົ້າເປີດງານຢ່າງເປັນທາງການ.

ພາບ ແລະ ຂ່າວ: ນ. ທັດສະນີ ພົງບັນດິດ

error: Content is protected !!
lo
en_GB lo