ກວຕ ແລະ ແຂວງ ອັດຕະປື ຮ່ວມລົງນາມ ໂຄງການ ຄົ້ນຄວ້າສະໜອງນໍ້າຮັບໃຊ້ການຜະລິດ ຢູ່ເມືອງ ສະໜາມໄຊ

ວັນທີ 31 ກໍລະກົດ 2020 ນີ້, ທີ່ຫ້ອງປະຊຸມຫ້ອງວ່າ ການ ແຂວງອັດຕະປື ໄດ້ຈັດພິທີລົງນາມເຊັນສັນຍາຮ່ວມມື ກ່ຽວກັບ ໂຄງການຄົ້ນຄວ້ານຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອສະໜອງນໍ້າຮັບໃຊ້ການຜະລິດ ກະສິກຳ ຢູ່ ເມືອງ ສະໜາມໄຊ, ແຂວງ ອັດຕະປື ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ແຂວງ ອັດຕະປື.
ຈຸດປະສົງຂອງໂຄງການດັ່ງກ່າວ ແມ່ນເພື່ອຫັນເອົາວິທະຍາສາດ ແລະ ເຕັກໂນໂລຊີ ລົງສູ່ທ້ອງຖິ່ນຮາກ ຖານ ເພື່ອສະໜອງນ້ຳຮັບໃຊ້ການຜະລິດກະສິກຳຢູ່ ເມືອງ ສະໜາມໄຊ, ແຂວງອັດຕະປື ແນໃສ່ເພື່ອຈັດຫາແຫຼ່ງ ນໍ້າ, ສະໜອງນໍ້າເຂົ້າໃນພື້ນທີ່ການຜະລິດກະສິກໍາເຂົ້າໃນເຂດຈັດສັນບຸກ ເບີກໃໝ່ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບ ຜົນກະທົບຈາກອຸທົກກະໄພເຂື່ອນແຕກທີ່ ເມືອງ ສະໜາມໄຊ, ແຂວງ ອັດຕະປື ແລະ ການຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີ ເພື່ອການສະໜອງນໍ້າ, ການຜະລິດ ແບບປະສົມປະສານຕາມທິດຍືນຍົງ ແລະ ສີຂຽວ ເພື່ອສ້າງໃຫ້ປະຊາຊົນມີຄວາມຮຸ່ງເຮືອງສີວິໄລມັ່ງຄັ້ງເຂັ້ມແຂງ, ມີຄວາມສະຫງົບປອດໄພ ຕິດພັນກັບການສ້າງປະ ຖົມປັດໄຈເອື້ອອຳນວຍຄວາມສະດວກສະບາຍໃຫ້ແກ່ການຜະລິດແບບສະຫະກອນ ແລະ ກາຍເປັນສິນຄ້າຢ່າງເປັນຂະບວນຟົດພື້ນ.
ໂຄງການດັ່ງກ່າວແມ່ນຕັ້ງຢູ່ເຂດຈັດສັນໃໝ່ ບ້ານ ດົງບາກ, ເຂດຜະລິດກະສິກຳບ້ານໃໝ່ ແລະ ບ້ານຄັງ, ເມືອງສະໜາມໄຊ, ແຂວງອັດຕະປື ຊຶ່ງສອງຝ່າຍແມ່ນ ຈະຮ່ວມມືກັນຄົ້ນຄວ້າຂຽນໂຄງການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອສະໜອງນ້ຳຮັບໃຊ້ການຜະລິດກະສິກຳຢູ່ ເມືອງ ສະໜາມໄຊ, ແຂວງອັດຕະປື ໂດຍນຳ ສະເໜີຂໍນຳໃຊ້ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ. ໃນນີ້ ແມ່ນຈະໄດ້ມີການສໍາຫຼວດເກັບກໍາຂໍ້ມູນ ລະບົບທາງເດີນນໍ້າທໍາມະຊາດ, ນໍ້າໃຕ້ດິນ, ຄວາມ ເຂັ້ມຂອງແສງແດດ; ຄົ້ນຄວ້າອອກແບບສ້າງອ່າງກັກເກັບນໍ້າ (ແກ້ມລິງ), ລະບົບປໍ້ານໍ້າໄຟຟ້າແສງຕາເວັນ, ລະບົບເຊື່ອມຕໍ່ແຫຼ່ງນໍ້າ ແລະ ລະບົບກະຈາຍນໍ້າເຂົ້າພື້ນທີ່ການ ຜະລິດກະສິກໍາ; ຕົວແບບການຜະລິດກະສິກໍາແບບປະສົມປະສານ (ກະເສດທິດສະດີໃໝ່ ຫຼື ຊົນລະກະເສດ); ແລະ ສ້າງສະຖານີ້ນໍ້າດື່ມສະອາດໃຫ້ກັບໂຮງຮຽນ.
ລົງນາມເຊັນສັນຍາໃນຄັ້ງນີ້ໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ເລັດ ໄຊຍະພອນ, ເຈົ້າແຂວງໆ ອັດຕະປື ຊຶ່ງມີບັນດາທ່ານຫົວໜ້າພະແນກການອ້ອມຂ້າງແຂວງ, ບັນດາທ່ານຫົວໜ້າຫ້ອງການ, ກົມ, ສະຖາບັນພາຍໃນ ກວຕ ແລະ ພະນັກງານທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ຂ່າວ ແລະ ຮູບພາບ: ແສງທອງ ວັນນະທຳ

error: Content is protected !!
lo
en_GB lo