ລົງນາມເຊັນຍາ “ສ້າງສວນວິທະຍາສາດ ແລະ ພຶກສາ ສາດ” ຢູ່ບ້ານຫວ້ຍໂຄ້ງ, ເມືອງແກ້ວອຸດົມ, ແຂວງວຽງຈັນ

ໃນຕອນເຊົ້າຂອງວັນທີ 07 ສິງຫາ 2020 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 4 ຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ມີພິທີລົງນາມເຊັນສັນຍາ (MOA) ສ້າງສວນວິທະຍາສາດ ແລະ ພຶກສາສາດ ຢູ່ບ້ານ ຫ້ວຍ ໂຄ້ງ, ເມືອງ ແກ້ວອຸດົມ, ແຂວງວຽງຈັນ ລະຫວ່າງ ຫ້ອງ ການສະພາວິທະຍະສາດແຫ່ງຊາດ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ບໍລິສັດ ແອັດແລນຕິກ ອິນເຕີເນເຊີນແນວ ກຣຸບ ຈໍາກັດຜູ້ດຽວ.
ໃນພິທີຄັ້ງນີ້, ທ່ານ ນາງ ແກ້ວໄພວັນ ດວງສະຫວັນ, ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ: ພາຍ ຫຼັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ທັງສອງຝ່າຍຈະໄດ້ ມີການເຄື່ອນໄຫວວຽກງານຕົວຈິງຢ່າງຕັ້ງໜ້າ ແລະ ເກີດມີໝາກຜົນເປັນຮູບປະທໍາ. ດັ່ງນັ້ນ, ເພື່ອໃຫ້ວຽກງານດັ່ງ ກ່າວດໍາເນີນຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນທັງສອງຝ່າຍຈຶ່ງໄດ້ປຶກສາຫາລືເປັນເອກະພາບຜັນຂະຫຍາຍເປັນກິດ ຈະກໍາ, ແຜນວຽກລະອຽດ ແລະ ລົງນາມຮ່ວມກັນ ຄື: 1) ສ້າງສູນສຶກສາດ້ານດາລາສາດ (ຫໍຊົມດາວ ແລະ ທ້ອງຟ້າຈໍາລອງ); 2) ສ້າງສວນ ແລະ ສູນສຶກສາດ້ານພຶກສາສາດ (ສວນຕົ້ນໄມ້ ແລະ ພືດເປັນຢາ); 3) ສ້າງສູນ ສຶກສາການຖ່າຍທອດດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ; 4) ສ້າງແຫຼ່ງທ່ອງທ່ຽວແບບທໍາມະຊາດ ແລະ ວັດທະນາທໍາ; 5) ກິດຈະກໍາອື່ນໆທີ່ເປັນ ປະໂຫຍດກັບການສຶກສາ-ຮຽນຮູ້ດ້ານວິທະຍາສາດ ແລະ ການພັດທະນາເສດຖະກິດ-ສັງຄົມ. ສໍາລັບສະຖານທີ່ຕັ້ງຂອງໂຄງການແມ່ນຢູ່ບ້ານຫ້ວຍໂຄ້ງ, ເມືອງແກ້ວອຸດົມ, ແຂວງວຽງຈັນ ຊຶ່ງມີອາຍຸການສໍາປະທານໄລຍະການຮ່ວມມື 25 ປີ ແລະ ສາມາດຕໍ່ສັນຍາໄດ້ແບບອັດຕະໂນມັດຕາມການເຫັນດີຂອງສອງຝ່າຍ.
ທ່ານ ພູວົງ ສູ້ຍຍະວົງ, ປະທານບໍລິສັດ ແອັດແລນຕິກ ອິນເຕີເນເຊີນແນວ ກຣຸບ ຈໍາກັດຜູ້ດຽວ ໃຫ້ຮູ້ວ່າ: ຈຸດປະສົງຂອງການລົງນາມໃນຄັ້ງນີ້ ແມ່ນເພື່ອຈັດ ຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍນໍາໃຊ້ວິທະຍາສາດ ແລະ ເຕັກ ໂນໂລຊີ ເປັນແຮງຂັບເຄື່ອນ, ທັງເປັນການຈັດຕັ້ງຜັນຂະຫຍາຍແຜນງານພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າສູ່ຂົງເຂດການບໍລິການ ແລະ ການຜະລິດ.
ດ້ານງົບປະມານແມ່ນຝ່າຍບໍລິສັດຈະເປັນຜູ້ສະໜັບສະໜູນ ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານ, ສຳລັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະເປັນຜູ້ສະໜູບສະໜູນດ້ານເຕັກນິກວິຊາການ, ພົວພັນຮ່ວມມືກັບສາກົນ ຊຶ່ງຜົນປະໂຫຍດທັງໝົດທີ່ເກີດຈາກຂະບວນການຮ່ວມມືຄັ້ງນີ້ແມ່ນຕ່າງຝ່າຍ ຕ່າງມີຜົນປະໂຫຍດຮ່ວມກັນ.
ຮ່ວມລົງນາມເຊັນບົດບັນທຶກຄັ້ງນີ້ໂດຍ ທ່ານ ນາງ ແກ້ວໄພວັນ ດວງສະຫວັນ, ຫົວຫນ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ພູວົງ ສູ້ຍຍະວົງ ປະທານບໍລິສັດ ແອັດແລນຕິກ ອິນເຕີເນເຊີນແນວ ກຣຸບ ຈໍາກັດຜູ້ດຽວ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຄີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ ແລະ ສະຖາບັນ ພາຍໃນກະຊວງວິທະຍາສາດ ແລະ ເຕັກໂນໂລຊີເຂົ້າຮ່ວມ.
ໂອກາດດຽວກັນ, ຍັງມີພິທີເປີດສູນສຶກສາວິທະຍາສາດດາລາສາດ ແລະ ພຶກສາສາດ ທີ່ຫ້ອງການສະພາວິທະຍາສາດແຫ່ງຊາດ ຊຶ່ງຕັ້ງຢູ່ຕຶກ (100) ຊັ້ນ 1 ນຳ ອີກ.

ຂ່າວ: ແສງທອງ ວັນນະທໍາ

ພາບ: ທັດສະນີ ພົງບັນດິດ

error: Content is protected !!
lo
en_GB lo