ກວຕ ຮ່ວມກັບ ແຂວງຈຳປາສັກ ຄົ້ນຄວ້ານຳໃຊ້ວິທະ ຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າພັດທະນາການຜະລິດກະສິກຳ

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ແຂວງຈຳປາສັກ ໄດ້ລົງນາມເຊັນບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍຄວາມຮ່ວມມືືການຄົ້ນຄວ້ານຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອສົ່ງເສີມ ແລະ ພັດທະ ນາການຜະລິດກະສິກຳຢູ່ເຂດພູພຽງບໍລະເວນ, ເມືອງປາກຊ່ອງ ແລະ ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກ.
ຈຸດປະສົງແມ່ນເພື່ອແນ່ໃສຊຸກຍູ້, ສົ່ງເສີມການນຳໃຊ້ວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດ ຕະກຳ ທີ່ທັນສະໄໝເຂົ້າໃນການຜະລິດກະສິກຳເວົ້າລວມ, ເວົ້າສະເພາະແມ່ນ ແຂວງຈຳປາສັກ ໂດຍຈະໄດ້ນຳໃຊ້ ເຕັກໂນໂລຊີເພື່ອຄົ້ນຄວ້າ-ວິໄຈ, ສຳຫຼວດ, ກວດກາຄຸນນະພາບຂອງຜະລິດຕະພັນສິນຄ້າ, ອອກໃບຢັ້ງຢືນມາດ ຕະຖານຜະລິດຕະພັນສິນຄ້າ, ຊຸກຍູ້-ສົ່ງເສີມການສົ່ງອອກຜະລິດຕະພັນສິນຄ້າ ລວມເຖິງການປົກປ້ອງທາງດ້ານ ຊັບສິນທາງປັນຍາ.
ພິທີລົງນາມດັ່ງກ່າວ, ຈັດຂຶ້ນໃນຕອນແລງຂອງວັນທີ 29 ກໍລະກົດ 2020, ທີ່ໂຮງແຮມ ຈຳປາສັກແກຣນ ຊຶ່ງລົງນາມໃນຄັ້ງນີ້ໂດຍທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ປອ. ວິໄລວົງ ບຸດດາຄຳ, ເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບົວສອນ ບຸບຜາວັນ, ອະດີດນາຍົກລັດຖະມົນຕີ, ມີທ່ານຫົວໜ້າຫ້ອງວ່າການແຂວງ, ບັນດາທ່ານຫົວໜ້າ ຫ້ອງການ, ກົມ, ສະຖາບັນພາຍໃນ ກວຕ, ພະແນກການອ້ອມ ຂ້າງແຂວງ ແລະ ພະນັກງານທີ່ກ່ຽວຂ້ອງ.
ໃນໂອກາດດຽວກັນນີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມອບລົດໃຫຍ່(ປະເພດລົດຕູ້) ຈຳນວນ 1 ຄັນ ໃຫ້ແກ່ພະແນກວິທະຍາສາດ ແລະ ເຕັກ ໂນໂລຊີ ແຂວງຈຳປາສັກ ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ ຊຶ່ງຕາງໜ້າມອບໂດຍທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຕາງໜ້າຮັບແມ່ນ ທ່ານ ອະພິວັດ ສົມບູນຂັນ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຈຳ ປາສັກ.
ພາບ-ຂ່າວ: ແສງທອງ ວັນນະທຳ

error: Content is protected !!
lo
en_GB lo