ເປັນຫຍັງຍຸງຈຶ່ງຮູ້ວ່າຄົນມີເລືອດໃຫ້ມັນກິນ

ສະເພາະຍຸງໂຕແມ່ເທົ່ານັ້ນທີ່ກິນເລືອດ ແຕ່ຮູ້ບໍ່ວ່າມັນ ຮູ້ໄດ້ແນວໃດວ່າ ເຮົາມີເລືອດໃຫ້ມັນກິນ ແລະ ເຄີຍສົງໄສບໍວ່າ ສິ່ງທີ່ມີຊີວິດໂຕນ້ອຍໆ ທີ່ມີວົງຈອນຊີວິດຢູ່ໄດ້ພຽງ 1 ອາທິດເທົ່ານັ້ນເອງ ເປັນຫຍັງມັນຈຶ່ງໂຫດຮ້າຍແທ້ ແລະ ເປັນຫຍັງ ມັນຈຶ່ງກິນເລືອດຄົນຄືບໍ່ກິນເກສອນດອກໄມ້ຄືກັບຍຸງໂຕຜູ້. ຄຳວ່າຍຸງນີ້ ເປັນສິ່ງທີ່ມີຊີວິດຢູ່ທຸກມູມທຸກແຈ ບໍ່ວ່າຈະຢູ່ໃນເຮືອນ ຫລື ນອກສະຖານທີ່ ກໍເຕັມໄປດ້ວຍຍຸງໂຕນ້ອຍໆ ໂດຍສະເພາະຕອນກາງຄືນແຮ່ງອອກມາຫລາຍ ຊິ່ງເຫຍື່ອຂອງ ຍຸງກໍມີຄື: ເລືອດຄົນ ແລະ ສັດນັ້ນເອງ ຮູ້ບໍ່ວ່າເປັນຫຍັງມັນຈຶ່ງກິນເລືອດຄົນ? ເພາະວ່າໜັງຂອງຄົນ ແລະ ສັດເປັນໜັງທີ່ບໍ່ແຂງ ເກີນໄປ.
ແຕ່ວ່າບໍ່ແມ່ນຍຸງທຸກໂຕຈະກັດເຮົາ ຈະມີພຽງຍຸງໂຕແມ່ເທົ່ານັ້ນ ເພາະມັນຕ້ອງໄດ້ໃຊ້ໂປຼຕີນຈາກເລືອດທີ່ເປັນອາຫານທີ່ສຳຄັນຕໍ່ການຝັກໄຂ່ໝາຍຄວາມວ່າ ຖ້າພວກມັນບໍ່ກິນເລືອດກໍອອກໄຂ່ບໍ່ໄດ້ ແຕ່ໃນທາງກົງກົນຂ້າມ ຖ້າມັນໄດ້ດູດເລືອດຫລາຍເທົ່າໃດມັນກໍຍິ່ງອອກແມ່ແພ່ພັນຫລາຍເທົ່ານັ້ນ!
ສ່ວນວ່າຍຸງໂຕຜູ້ຈະກິນແຕ່ນ້ຳຫວານຈາກເກສອນດອກໄມ້ ຈະບໍ່ດູດເລືອດຄົນ ແຕ່ມັນກິນເກສອນອັນນີ້ກໍໃຫ້ພະລັງງານໄດ້ຄືກັນ ທ່ານເຄີຍໄດ້ຍິນວ່າເວລາທີ່ໃຜຄົນໃດຖືກຍຸງກັດ  ມັກຈະເວົ້າວ່າໂຕເໝັນຍຸງຈຶ່ງກັດ ແຕ່ກັບອີກຄົນເວົ້າວ່າໂຕຫອມຍຸງຈຶ່ງກັດ ທີ່ແທ້ແລ້ວບໍ່ແມ່ນທັງສອງ ແຕ່ເຮົາສາມາດບອກວ່າຍຸງກັດຍ້ອນຫຍັງກັນແທ້? 
ທຳອິດເລີຍແມ່ນຄວາມຮ້ອນຂອງຮ່າງກາຍ ຊິ່ງອຸນຫະພູມທີ່ເໝາະສົມປະມານ 37 ອົງສາ ເທົ່າກັບຮ່າງກາຍພໍດີ.ນອກນັ້ນ, ຍຸງຍັງມີສັນຍານຮັບພາບ ຈຶ່ງເບິ່ງເຫັນໃນບ່ອນມືດໄດ້ ລັກສະນະນີ້ຖືວ່າເປັນວິວັດທະນາການຂອງຍຸງ ທີ່ປັບປ່ຽນ ສະພາບແວດລ້ອມ ເພື່ອໃຫ້ມີຊີວິດຢູ່ ຍຸງມີຜິດຮ້າຍ ບໍ່ແມ່ນແຕ່ຈະກັດເຈັບ ແລະ ຄັນເທົ່ານັ້ນ ແຕ່ບາງຊະນິດຍັງເຮັດໃຫ້ ຄົນເຮົາເຈັບປ່ວຍ ແລະ ລົ້ມຕາຍໄດ້ ເຊັ່ນ: ເປັນໄຂ້ເລືອດອອກ, ໄຂ້ມາລາເລຍ ເປັນຕົ້ນ. 

ຂໍ້ມູນຈາກ: kidourk.com

ຮຽບຮຽງໂດຍ: ພອນສະຫວັນ ສຸວັນນະວົງ

error: Content is protected !!
lo
en_GB lo