ກວຕ ເຊື່ອມຊຶມເອກະສານໃນວັນສໍາຄັນຕ່າງໆ ໃຫ້ພະນັກງານຫຼັກແຫຼ່ງ

ກົມຈັດຕັ້ງ ແລະ ພະນັກງານ, ກະຊວງວິທະຍາສາດ ແລະ ເຕັກໂລໂລຊີ (ກວຕ) ໄດ້ຈັດພິທີ ປາຖະກະຖາ ລະນຶກວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 111 ປີ; ວັນເຊັນສັນຍາ ມິດຕະພາບ-ການຮ່ວມມື 43 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 58 ປີ, ຄໍາສັ່ງແນະນໍາວ່າດ້ວຍການດໍາເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ແລະ ດໍາລັດວ່າດ້ວຍການຮັບຜິດຊອບໃນການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ພິທີດັ່ງກ່າວໄດຈັດຂຶ້ນໃນວັນທີ 28 ສິງຫາ 2020, ທີ່ຫ້ອງປະຊຸມໃຫຍ່ຂອງ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ກວຕ, ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກຳມະການສູນກາງພັກ,ເລຂາຄະນະພັກ, ລັດຖະມົນຕີ ກວຕ.
ຈຸດປະສົງຂອງການປາຖະກະຖາໃນຄັ້ງນີ້ ແມ່ນເພື່ອເປັນການເຮັດໃຫ້ພະນັກງານລັດຖະກອນໄດ້ຮັບຮູ້ ແລະ ເຂົ້າໃຈ ເຊື່ອມຊຶມຢ່າງເລິກເຊິ່ງກ່ຽວກັບເອກະສານດັ່ງກ່າວ. ໃນພິທີຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຊົມຮູບເງົາ (ວິດີໂອ) ກ່ຽວກັບປະຫວັດຄວາມເປັນມາ ແລະ ການເຄື່ອນໄຫວຂອງປະທານ ສຸພານຸວົງ ໃນພາລະກິດຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ສຸພານຸວົງ, ພາຍຫຼັງໄດ້ຮັບຊົມຮູບເງົາ ທ່ານ ລັດຖະມົນຕີ ກວຕ ກໍໄດ້ຄໍາເຫັນສະຫຼຸບສັງລວມໃນການຮັບຊົມຮູບເງົາ ວ່າ: ການເຊື່ອມຊຶມໃນຄັ້ງນີ້ ແມ່ນເຮັດໃຫ້ພວກເຮົາເຫັນພາບເຫດການຕົວຈິງໄດ້ຫຼາຍກວ່າ ການບັນລະຍາຍເອກະສານໃນເມື່ອກ່ອນ ຊຶ່ງເຫັນໄດ້ເຖິງປະຫວັດຄວາມເປັນມາຂອງ ທ່ານປະທານ ສຸພານຸວົງ ໃນສະໄໝຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນ, ເຫັນໄດ້ເຖິງຄຸນສົມບັດສິນທຳປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີຂອງ ທ່ານ ທີ່ຍອມເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ, ຍອມເສຍສະຫຼະເພື່ອປະເທດຊາດ ເພື່ອປະຊາຊົນຕະຫຼອດຊີວິດຂອງເພີ່ນ ໃນພາລະກິດຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປານາ ສາທາລະນະລັດ ປະຊາທິປະໄປ ປະຊາຊົນລາວ ຂຶ້ນຢ່າງເປັນທາງການ. ພ້ອມນັ້ນ, ທ່ານ ລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພະນັກງານຂອງ ກວຕ ຈົ່ງຮໍ່າຮຽນເອົາເປັນແບບຢ່າງ ໂດຍສະເພາະ ຄຸນສົມບັດສິນທຳປະຕິວັດ, ແນວຄິດປະຕິວັດ, ແນວຄິດຄວາມສາມັກຄີ, ແນວຄິດເພື່ອຜົນປະໂຫຍດສ່ວນລວມ, ທັກສະການເປັນຜູ້ນໍາ ແລະ ທັກສະໃນການເປັນນັກປະຕິວັດ, ເພື່ອມາໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນ, ສະນັ້ນ ເພື່ອເຮັດແນວໃດໃຫ້ພວກເຮົາເສີມສ້າງຄວາມສາມັກຄີພາຍໃນໃຫ້ມີຄວາມເຂັ້ມແຂງ ເພື່ອສືບຖອດພາລະກິດທີ່ເພີ່ນເສຍສະຫຼະໃນເມື່ອກ່ອນ, ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາຄືແນວໃດ, ແມ່ນເລີ່ມຕົນຈາກການພັດທະນາຕົນເອງ, ການພັດທະນາກົມກອງ ແລະ ພັດທະນາກະຊວງໃຫ້ເຂັ້ມແຂງ ເພື່ອສືບທອດພາລະກິດໃນຕໍ່ໜ້າ.
ພ້ອມດຽວກັນນັ້ນ, ທ່ານ ລັດຖະມົນຕີ ກໍໄດ້ສືບຕໍ່ປາຖະກະຖາ ວັນເຊັນສັນຍາມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຊຶ່ງ ທ່ານ ໄດ້ຍົກໃຫ້ເຫັນເຖິງສະພາບແວດລ້ອມແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ໝາກຜົນອັນພົ້ນເດັ່ນຂອງການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ.
ນອກຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນລະຍາຍກ່ຽວກັບ ຄໍາສັ່ງແນະນໍາວ່າດ້ວຍການດໍາເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຍັງໄດ້ຮັບຟັງດໍາລັດວ່າດ້ວຍ ການຮັບຜິດຊອບໃນການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈາກຜູ້ຕາງໜ້າຄະນະສະເພາະກິດການປະເມີນວຽກງານ ຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.
ໃນພິທີຄັ້ງນີ້ ມີບັນດາທ່ານ ຮອງລັດຖະມົນຕີ, ມີບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານປພະນັກງານວິຊາການອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ຂ່າວ ແລະ ຮູບພາບ: ບາລະຄອນ ສຸວັນນະພາສີ

error: Content is protected !!
en_GB
lo en_GB