ກວຕ ປາຖະກະຖາວັນສຳຄັນຂອງພັກຂອງຊາດ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ໄດ້ຈັດພິທີປາຖະກະຖາວັນສໍາຄັນຂອງພັກຂອງຊາດ ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13/08/1950-13/08/2020), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົຍຮອບ 29ປີ (15/08/1991-15/08/2020), ວັດຢຶດອຳນາດທົ່ວປະເທດ ຄົບຮອບ 75ປີ ແລະ 45 ປີ (23/08/1945 ແລະ 1975-23/08/2020), ວັນສ້າງຕັ້ງອາຊຽນ ຄົບຮອບ 53ປີ (08/08/1967-08/08/2020), ໃນວັນທີ 15 ກັນຍາ 2020, ທີ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ກວຕ ໃຫ້ກຽດປາຖະກະຖາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກວຕ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາທ່ານຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ພະນັກງານ-ລັດຖະກອນ ພາຍໃນ ກວຕ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ (ແນວໂຮມແຫ່ງຊາດລາວ), ມູນເຊື້ອທີ່ເປັນພື້ນຖານຂອງແນວລາວສ້າງຊາດ, ບາງບົດຮຽນໃນການເຄື່ອນໄຫວຂອງແນວລາວສ້າງຊາດ, ເສີມຂະຫຍາຍມູນເຊື້ອຂອງແນວລາວສ້າງຊາດ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແນວລາວສ້າງຊາດໄດ້ປະຕິບັດໜ້າທີ່ປຸກລະດົມຂົນຂວາຍສຶກສາບຮົມປະຊາຊົນຢ່າກວ້າງ ຂວາງ, ປະຕິບັດສອງໜ້າທີ່ຍຸດທະສາດ ແລະ ພາລະກິດປ່ຽນແປງໃໝ່ຢ່າງມີໄຊ, ສືບຕໍ່ເຕົ້າໂຮມທຸກກຳລັງປະຕິບັດ ແຜນນະໂຍບາຍພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ຕິດພັນກັບການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ການພັດທະນາ, ຫັນລົງກໍ່ສ້າງຮາກຖານການເມືອງ ແລະ ຈັດສຸມພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ, ສ້າງບ້ານ ແລະ ກຸ່ມບ້ານພັດທະນາເພື່ອສ້າງເປັນຕົວເມືອງນ້ອຍໃນຊົນນະບົດ ແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ ເພື່ອຫຼຸດຜ່ອນຄວາມດ້ອຍພັດທະນາໃນອະນາຄົດ. ສັງລວມແລ້ວຕະຫຼອດໄລຍະ 70 ປີຜ່ານມາຍາມໃດກໍໄດ້ເອົາໃຈໃສ່ປັບປຸງຕົນເອງຕາມແຕ່ລະຍຸກສະໄໝຂອງການປະຕິວັດ, ປັບປຸງກົງຈັກການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ ມີລະບົບຄະນະປະຈຳ, ຄະນະທີ່ປຶກສາຕ່າງໆ, ສ້າງສູນຝຶກອົບຮົມ, ບໍາລຸງສ້າງພະນັກງານໃຫ້ເຕີບໃຫຍ່ໃນຂະບວນການວຽກງານຕົວຈິງທາງດ້ານປະລິມານ ແລະ ຄຸນນະພາບ ເພີ່ມຈຳນວນກຳມະການແນວລາວສ້າງຊາດໃນຂົງເຂດພັກ-ລັດ, ເອກະຊົນ, ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດໄວ ແລະ ຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ໄດ້ເອົາໃຈໃສ່ປະຕິບັດວຽກງານການທູດປະຊາຊົນຕາມແນວທາງການຕ່າງປະເທດຂອງພັກໃນຂົງເຂດແນວລາວສ້າງຊາດ.
ທັ້ງນີ້ກໍເພື່ອໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນ ກວຕ ຮັບຮູ້ ແລະ ກໍໄດ້ມູນເຊື້ອສະຫງ່າອົງອາດຂອງບັນດາສະຫາຍຜູ້ນຳພັກ-ລັດ, ໃນເມື່ອກ່ອນທີ່ໄດ້ອຸທິດຕົນເອງນຳພາການຕໍ່ສູ້ຍາດເອົາເອກະ ລາດ ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົມຖ້ວນມາສູ່ປະຊາຊົນລາວບັນດາເຜົ່າ ແລະ ພັດທະນາຕົນເອງ ແລະ ປະເທດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ ນ. ທັດສະນີ ພົງບັນດິດ

ພາບ: ບາລະຄອນ ສຸວັນນະພາສີ

error: Content is protected !!
en_GB
lo en_GB