ສູດສະໝຸນໄພແກ້ນອນໂກນ ກິນແລ້ວດີບຳ ລຸງສຸຂະພາບອີກດ້ວຍ!!

ຫຼາຍຄົນອາດເສຍຄວາມໝັ້ນໃຈ ເນື່ອງຈາກການ ນອນໂກນຂອງຕົນເອງ ດ້ວຍລະບົບຫາຍໃຈທີ່ຂາດ ຄວາມຊຸ່ມຊື່ນ ແລະ ກ້າມເນື້ອກໍບໍ່ແຂງແຮງ ເຮັດໃຫ້ລະບົບຫາຍໃຈບໍ່ດີ ຊຶ່ງສາເຫດ ຂອງການນອນໂກນ ອາດມາຈາກຫຼາຍ ປັດໄຈ ແຕ່ປັດໄຈທີ່ເວົ້າຫາຄື: ການດື່ມເຄື່ອງດື່ມທີ່ມີແອບລກໍຮໍລ໌ກ່ອນເຂົ້ານອນ ທັງໝົດເຖິງສະພາບຮ່າງ ກາຍທີ່ ເໝື່ອຍລ້າຈາກການເຮັດວຽກງານ ຊຶ່ງການປິ່ນປົວພະຍາດນອນໂກນນັ້ນ ຈຳເປັນຕ້ອງໃຊ້ສະໝຸນໄພໃນ ຄົວເຂົ້າຊ່ວຍ ບໍ່ວ່າຈະເປັນ:
ຫອມແດງ: ຢິ່ງແກ່ຢິ່ງດີ ກິ່ນແຮງຂອງຫອມຍັງຊ່ວຍໃຫ້ເກີດຄວາມຊຸ່ມຊື່ນໃນລຳຄໍ ແລະ ຊ່ວຍໃຫ້ລະ ບົບຫາຍໃຈເຮັດວຽກດີຂຶ້ນ ນອກຈາກນັ້ນຍັງມີສັບພະຄຸນແກ້ຫວັດ ຄັດດັງຫຼຸດໄຂມັນອຸດຕັນໃນຫຼອດເລືອດ ສາວໆ ໜຸ່ມໆທີ່ໄປທ່ຽວຄ້າງຄືນ ຈຳເປັນຕ້ອງມີຕິດຕັວ ຫລື ຕິດລົດໄປນຳເພື່ອປິ່ນປົວພະຍາດນອນໂກນພິກຂີ້ ໜູ: ສານ ແຄບໄຊຊິນໃນພິກຈະຊ່ວຍລຸດການຫົດຈັງຂອງກ້າມຊີ້ນອ້ອມທໍລົມ ເຮັດໃຫ້ຫາຍໃຈໂລ່ງ ແລະ ເກີດຄວາມຊຸ່ມຊື່ນໃນລຳຄໍ ການນອນໂກນກໍບໍ່ແມ່ນບັນຫາອີກຕໍ່ໄປ ຂິງ: ຢິ່ງແກ່ຢິ່ງດີ ສຳລັບບາງຄົນບໍ່ມັກກິນຂິງສົດ ອາດທຸບໃຫ້ແຕກ ນຳໄປຕົ້ມເອົານ້ຳດື່ມ ຈະຊ່ວຍໃຫ້ລະບົບທາງເດີນຫາຍໃຈເຮັດວຽກສະດວກຂຶ້ນ ພ້ອມໃຫ້ຄວາມ ສົດຊື່ນດ້ວຍ ໃບອີ່ຕູ່: ມີລິດໃນການແກ້ຫວັດ ແລະ ພະຍາດຫຼອດລົມອັກເສບ ຈຶ່ງຊ່ວຍໃຫ້ລະບົບຫາຍໃຈ ເຮັດວຽກດີຂຶ້ນ ວິທີປຸງ:
ຫອມແດງປອກເປືອກ 4-5 ຫົວລ້າງນ້ຳໃຫ້ສະອາດ ທຸບໜ່ອຍໜຶ່ງ ພິກຂີ້ໜູລ້າງນ້ຳສະອາດ 5-7 ເມັດ ທຸບພໍແຫຼກ ຂິງຍາວສັກ 10 ຊ.ມ ທຸບພໍແຫຼກ ໃບອີ່ຕູ່ 1 ກຳມື ທັງໝົດໃສ່ໝໍ້ ໃສ່ນ້ຳພໍປະມານຖ້ວມຫຼັງມື ລໍຖ້າໃຫ້ຟົດ ແລ້ວຢົກລົງ ດື່ມອຸ່ນໆ ດື່ມກ່ອນນອນທຸກມື້ ໂກນເບົາລົງເຖິງຂັ້ນຫາຍໂກນ.

ຂໍ້ມູນອ້າງອີງ: www.KIDORK.com

ຮຽບຮຽນບົດຂ່າວ: ນາງ ທັດສະນີ ພົງບັນດິດ

error: Content is protected !!
en_GB
lo en_GB