ເຄື່ອງກວດອາກາດເປັນພິດແບບພົກພາ

ການດໍາລົງຊີວິດໃນຕົວເມືອງໃຫຍ່ໆໃນປັດຈຸບັນ ເຕັມໄປດ້ວຍມົນພາວະທາງອາກາດ. ດ້ວຍເຫດຜົນດັ່ງກ່າວ, ຜູ້ຢູ່ອາໄສຢູ່ຊານນະຄອນຫຼວງ ປັກກິ່ງ, ສປ ຈີນ; ນະຄອນຫຼວງ ຊານຕີເອໂກ, ປະເທດ ຈີເລ ຕາງກໍ ປະເຊີນກັບຄວາມສ່ຽງຕໍ່ສຸຂະພາບຢ່າງຮ້າຍແຮງ ເຊັ່ນ: ໂຣກຫົວໃຈ, ໂຣກປອດ ແລະ ການເສຍຊີວິດກ່ອນໄວເກີນຄວນ.
ຄະນະວິໄຈ ສະຫະລັດອາເມລິກາ ໄດ້ພັດທະນາອຸປະກອນຕິດຕາມມົນພາວະທາງອາກາດຂະໜາດພົກພາທີ່ເຮັດໜ້າທີ່ເປັນອຸປະກອນຕິດຕາມ ແລະ ປະເມີນສະພາບແວດລ້ອມເມື່່ອໃດທີ່ຄຸນນະພາບຂອງອາກາດ ຫຼຸດລົງໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຄົນ. ປີກາຍນີ້, ອຸປະກອນຕິດຕາມຄຸນນະພາບອາກາດຂະໜາດພົກພາ ໄດ້ຜະລິດ ເພື່ອຕິດຕາມລະດັບມົນພາວະທີ່ເປັນອັນຕະລາຍໃນອາກາດ.
ຫຼ້າສຸດ, ຄະນະຄົ້ນຄວ້າ ຢູ່ມະຫາວິທະຍາໄລ ເມວເບີນ, ປະເທດ ອົສຕຣາລີ ໄດ້ຄົ້ນຄວ້າ ແອບສຳລັບໃຊ້ໃນໂທລະສັບມືຖື ເພື່່ອເຮັດໜ້າທີ່ຕິດຕາມມົນພາວະທາງອາກາດ. ຂະນະດຽວກັນ, ກູໂກ ກໍເຮັດໜ້າທີ່ຮວບຮວມຂໍ້ມູນຄຸນນະພາບຂອງອາກາດ ເພື່ອເຜີຍແຜ່ສູ່ສາທາລະນະ.
Atmotube ຖືກອອກແບບເປັນຮູບຊົງກະບອກ ສຳລັບກວດກາການປະກົດຕົວຂອງແກ໋ສທີ່່ເປັນອັນຕະລາຍຕ່າງໆໃນອາກາດ. ອຸປະກອນຊະນິດນີ້ ຍັງເຮັດໜ້າທີ່ວັດແທກອຸ່ນຫະພູມ ແລະ ຄວາມຊຸ່ມຊື່ນໃນອາກາດ. ແສງໄຟLED ຢູ່ດ້ານໜ້າຂອງອຸປະກອນ ເພື່ອສະແດງຄຸນນະພາບຂອງອາກາດ. ຖ້າໄຟ ມີສີຟ້າ ສະແດງວ່າ ອາກາດດີ ແລະ ຖ້າໄຟ ມີສີແດງ ສະແດງວ່າ ອາກາດເປັນພິດ. ອຸປະກອນຊະນີດນີ້ ເຊື່ອມຕໍ່ກັບໂທລະສັບມືຖືທັງລະບົບ (iOS ແລະ Android) ໂດຍການນໍາໃຊ້ ແອບ ເພື່ອອ່ານຂໍ້ຄວາມທີ່ບອກເຖິງຄຸ່ນນະພາບຂອງອາກາດ ໂດຍຜ່ານ Bluetooth.
Atmotube ມີນໍ້າໜັກພຽງ 40 ກຣາມ, ຖືກອອກແບບໃຫ້ຫ້ອຍໃສ່ຖົງພາຍ ຫຼື ຫ້ອຍໃສ່ພວງກຸນແຈ. ການສາກໄຟ ແມ່ນຜ່ານ USB ຂະໜາດ3.1ແລະ ການສາກໄຟແຕ່ລະຄັ້ງ ສາມາດໃຊ້ໄດ້ດົນເປັນເວລາໜຶ່ງເດືອນ.

 ແຫຼ່ງຂໍ້ມູນ: Atmotube

error: Content is protected !!
en_GB
lo en_GB