5 ວິທີແກ້ໄຂບັນຫາຄອມພິວເຕີຊ້າ

ບັນຫາຄອມພິວເຕີຊ້າ ອາດມີ 2 ສາເຫດຄື: ໃຊ້ ງານໄປດົນໆແລ້ວຊ້າ ໃນໄລຍະນີ້ອາດເກິດຈາກລະ ບົບມີຟາຍທີ່ເປັນຂີ້ເຫຍື້ອ ຫຼື ຂໍ້ມູນ ແລະ ໂປຼແກຼມຫຼາຍເກີນໄປ ວິທີແກ້ໄຂ ຄື ຕ້ອງຈັດການຂໍ້ມູນ ແລະ ຟາຍ ໃຫ້ລະບົບກັບ ມາເປັນປົກກະຕິຄືເກົ່າ ລວມເຖິງການຈັດການພື້ນທີ່ໃນຄອມພິວເຕີ ໃຫ້ມີພື້ນທີ່ຫວ່າງພໍສຳລັບການເຮັດວຽກ.
ອີກໜຶ່ງສາເຫດທີ່ເຮັດໃຫ້ຄອມພິວເຕີຊ້າລົງກໍ່ຄື: ຮາດແວທີ່ໃຊ້ງານຢູ່ເກົ່າເກີນໄປ ເຮັດໃຫ້ບໍ່ສາມາດຮອງ ຮັບຊອບແວ ບໍ່ວ່າຈະເປັນເກມ ຫຼື ແອັບພຼີເຄຊັນໃໝ່ໆໄດ້ດີ ການແກ້ໄຂກໍ່ຕ້ອງອັບເກຼດ ຫຼື ປ່ຽນຄອມພິວເຕີເຄື່ອງ ໃໝ່ ເປັນແນວທາງທີ່ ເໝາະສົມຢ່າງຍິ່ງ ແຕ່ໃນບາງກໍລະນີ ການແກ້ໄຂແບບປະສົມປະສານຮ່ວມກັນ ລະຫວ່າງ ການຈັດການຂໍ້ມູນ ແລະ ອັບເກຼດ ກໍສາມາດຊ່ວຍໃຫ້ຄືກັບໄດ້ໃຊ້ຄອມພິວເຕີໜ່ວຍໃໝ່ ແລະ ເສຍຄ່າໃຊ້ຈ່າຍ ໜ້ອຍລົງ.
ມາເບິ່ງຂັ້ນຕອນກັນດີກວ່າວ່າມີຫຍັງແນ່:
  1. ຈັດການຟາຍຂໍ້ມູນຢູ່ໃນຮາດດິດ: ເປັນສິ່ງທີ່ຄວນເຮັດເປັນຢ່າງຍິ່ງ ເພາະນອກຈາກຈະເປັນການເກັບກວດພື້ນທີ່ຢູ່ພາຍໃນຄອມພິວເຕີໃຫ້ຫວ່າງຫຼາຍຂຶ້ນແລ້ວ ຍັງຊ່ວຍ ໃຫ້ທ່ານສາມາດຈັດລະບຽບຟາຍອີກທາງໜຶ່ງໃນການຫຼຸດບັນຫາການເກັບຟາຍຊໍ້າຊ້ອນກັນໄດ້ອີກດ້ວຍ.
  2. ລົບຟາຍຂີ້ເຫຍື້ອ ແລະ ລົບໂປຼແກຼມ ທີ່ບໍ່ໄດ້ນໍາໃຊ້: ຟາຍຂີ້ເຫຍື້ອຢູ່ໃນທີ່ຕ່າງໆ ບໍ່ວ່າຈະເປັນ Temporary file, History ຫຼືຈະເປັນClipboard ມີສ່ວນເຮັດ ໃຫ້ລະບົບເຮັດວຽກໄດ້ຊ້າລົງ ເນື່ອງຈາກໃຊ້ຊັບພະຍາກອນຂອງຄອມພິວເຕີຫຼາຍຂຶ້ນ ການໃຊ້ Disk-Cleanup ແລະUninstall program ຈຶ່ງຊ່ວຍໃຫ້ລະບົບເຮັດ ວຽກໄດ້ຢ່າງສະດວກ.
  3. ປ່ຽນໄປໃຊ້ SSD: ດ້ວຍຄວາມໄວລະດັບ 500MB/s ຂອງ SSD ໃຫ້ການປ່ຽນຖ່າຍຂໍ້ມູນໄດ້ດີກວ່າ Hard disk ປົກກະຕິຫຼາຍເທົ່າ ເຮັດໃຫ້ການໂອນຖ່າຍຂໍ້ມູນ ຂະໜາດໃຫຍ່ໄດ້ວ່ອງໄວກວ່າ ລວມເຖິງການເປີດເຂົ້າເກມໄດ້ໄວຍິ່ງຂຶ້ນ.
  4. ຍ້າຍໂປຼແກຼມມາຕິດຕັ້ງໄວ້ໃນ SSD: ເມື່ອປ່ຽນເປັນ SSD ແລ້ວ, ຫາກຕ້ອງການໃຫ້ເປິດໂປຼແກຼມ ຫຼື ເກມ ໄດ້ໄວຂຶ້ນ ກໍຄວນຈະຄິດຕັ້ງລົງທີ່ SSD ແລະ Hard disk ໄວ້ສໍາລັບຈັດເກັບຂໍ້ມູນເທົ່ານັ້ນ.
  5. ໃຊ້ໂປຼກແກຼມສຳລັບຈັດການ SSD: ເຮົາສາມາດເພີ່ມປະສິດທິພາບໃຫ້ການເຮັດວຽກ ດ້ວຍການໃຊ້ໂປຼແກຼມປັບແຕ່ງ ເຊັ່ນ SSD Tweaker ເພື່ອເປີດຟັງເຊິນໃນ ການເຮັດວຽກ ແລະ Optimize SSD ເພື່ອໃຫ້ຄອມພິວເຕີເຮັດວຽກໄດ້ວ່ອງໄວ.

ຮຽບຮຽງໂດຍ: ບາລະຄອນ ສຸວັນນະພາສີ

ແຫຼ່ງຂໍ້ມູນຈາກ: ITDAY

error: Content is protected !!
en_GB
lo en_GB