ກວຕ ຮ່ວມມືກັບ Unitel ຄົ້ນຄວ້າພັດທະນາເພື່ອຮອງ ຮັບ ການຫັນສູ່ເປັນອຸດສາຫະກຳ ແລະ ທັນສະໄໝ

ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການ ສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍ ຄະນະພັກ, ຄະນະນໍາກະຊວງ ເຂົ້າອວຍພອນ ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດສະເຫຼີມສະຫຼອງການປະຕິວັດເດືອນ ສິງຫາ ຄົບຮອບ 75 ປີ (19/8/1945-19/8/2020) ແລະ ວັນສະຖາປະນາ ສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 75 ປີ (2/9/ 1945-2/9/2020). ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ສສ ຫວຽດນາມ ປະຈຳ ສປປ ລາວ ໃນຕອນແລງວັນທີ 2 ກັນຍາ 2020, ທີ່ຫ້ອງຮັບແຂກຂອງ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມມືກັບ ບໍລິສັດ ສະຕາໂທລະຄົມ (Unitel)ເຊັນບົດບັນທຶກ ຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າພັດທະນາ ບັນດາແອັບພລິເຄຊັນ ແລະ Digital Platform ຕ່າງໆແນ່ໃສເພື່ອຊຸກຍູ້, ສົ່ງເສີມການຄຸ້ມຄອງ, ການບໍລິຫານ ແລະ ບໍລິການ ໃຫ້ແກ່ລັດຖະບານ ໃນການຮອງຮັບ ການຫັນສູ່ເປັນອຸດສາຫະກຳ ແລະ ທັນສະໄໝ ໃນຍຸກການປະຕິວັດອຸດສາຫະກໍາ ຄັ້ງທີ 4 ກໍຄືຍຸກດິຈິ ຕ໋ອນ 4.0 ນີ້.
ການຮ່ວມມືດັ່ງກ່າວທັງສອງຝ່າຍຈະໄດ້ຮ່ວມກັນດໍາເນີນການສຶກສາ-ຄົ້ນຄວ້າ, ພັດທະນາ ແລະ ບໍລິ ການ ດ້ານວິຊາການ-ເຕັກນິກ ກ່ຽວກັບລະບົບເຕັກໂນໂລຊີດິຈິຕ໋ອນ ເປັນຕົ້ນແມ່ນການພັດທະນາ ຊອບແວຣ, ໂປຣແກມ, ແອັບພລິເຄຊັນ ແລະ Digital Platform ຕ່າງໆ ເພື່ອຊຸກຍູ້ ແລະ ສົ່ງເສີມການຄຸ້ມຄອງ, ບໍລິຫານ ແລະ ບໍລິການ ໃຫ້ແກ່ລັດຖະບານ ແລະ ທົ່ວສັງຄົມ ໃຫ້ມີປະສິດທິພາບສູງດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝ ຕາມນະໂຍບາຍຫັນເປັນອຸດສາຫະກໍາ ແລະ ທັນສະໄຫມ ຂອງພັກ-ລັດເຮົາວາງອອກ.
ຊຶ່ງທັງສອງຝ່າຍຈະສຸມໃສ່ດໍາເນີນການສຶກສາຄວາມເປັນໄປໄດ້ ກ່ຽວກັບໂຄງການຮ່ວມມືບັນດາກິດຈະກໍາຕ່າງໆເຊັ່ນ: ຄົ້ນຄວ້າພັດທະນາ Digital Platform ເພື່ອການຄຸ້ມຄອງ, ບໍລິຫານ ແລະ ບໍລິການ ຂອງລັດ ຫຼື ເອີ້ນວ່າ Digital Government Platform ເພື່ອຍົກປະສິດທິພາບຂອງການປະຕິບັດວຽກງານຂອງລັດ; ຄົ້ນຄວ້າ-ພັດທະນາແອັບພລິເຄຊັນ ເພື່ອໃຫ້ບໍລິການສັງຄົມ ໂດຍນໍາໃຊ້ສູນຂໍ້ມູນດິຈິຕ໋ອນ “Data Center” ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສູນຂໍ້ມູນ “Data Center” ຂອງ ບໍລິສັດ ສະຕາໂທລະຄົມ; ຄົ້ນຄວ້າ-ພັດທະນາ ລະບົບຖານຂໍ້ມູນລັດຖະບານ (Government Cloud), ລະບົບກອງປະຊຸມ-ສໍາມະນາທາງໄກ (Video Conferencing System), ລະບົບຄຸ້ມຄອງບໍລິຫານເອກະສານ (e-Office Management Platform), ລະບົບການເຮັດທຸລະກໍາທາງເອເລັກໂຕຣນິກ ແລະ ລະບົບການຄ້າທາງເອເລັກໂຕຣນິກ (e-Commerce Platform), ລະບົບຄຸ້ມຄອງພາຫະນະ ແລະ ການຈາລະຈອນແບບທັນສະໄຫມ (Vehicle and Traffic Management Platform), ລະບົບຄຸ້ມຄອງຂໍ້ມູນດ້ານສຸຂະພາບປະຊາຊົນແບບທັນສະໄໝ (Health Care Service and Management Platform) ເຫຼົ່ານີ້ເປັນຕົ້ນ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 18 ມິຖຸນາ 2020, ທີ່ຫ້ອງປະຊຸມຂອງບໍລິສັດ ສະຕາໂທລະຄົມ ຊຶ່ງໃຫ້ກຽດລົງນາມຄັ້ງ ນີ້ມີທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າ ກົມແຜນການ ແລະ ຮ່ວມມື, ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າ ກົມເຕັກໂນໂລຊີ ດິຈິຕ໋ອນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ລິວ ແມ໋ງ ຮ່າ, ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ໂດຍມີທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ພົນຕີ ອ່ອນສີ ແສນສຸກ, ຮອງລັດຖະມົນຕີ ກະຊວງ ປ້ອງກັນປະເທດ, ທັງເປັນປະທານສະພາບໍ ລິຫານບໍລິສັດ ສະຕາໂທລະຄົມ, ບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ ແລະ ສະຖາບັນ ພາຍໃນກະຊວງ, ຄະນະອໍານວຍການ ບໍລິສັດ ສະຕາໂທລະຄົມ ແລະ ບັນດາທ່ານຜູ້ຕາງໜ້າຈາກພາກສ່ວນຕ່າງໆ ເຂົ້າຮ່ວມເປັນສັກຂີພິຍານ.

ພາບ-ຂ່າວ: ພະແນກຂ່າວສານ ແລະ ປະຊາສຳພັນ.

error: Content is protected !!
en_GB
lo en_GB