ກວຕ ຢ້ຽມຢາມ ແລະ ຊຸມຊູ້ວຽກງານ ຢູ່ ພວຕ ແຂວງ ອັດຕະປື

ວັນທີ 31 ກໍລະກົດ 2020 ນີ້, ທ່ານ ບັນດິດ ສຈ.ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງວິທະຍາ ສາດ ແລະເຕັກໂນໂລຊີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ ພະແນກວິທະຍາສາດ ແລະ ເຕັກ ໂນໂລຊີແຂວງ ອັດຕະປື ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ນາງ ພູວັນນະມາລີ ພົມມະສານ, ຫົວໜ້າພະ ແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ອັດຕະປື ພ້ອມດ້ວຍອ້າຍນ້ອງພະນັກງານພາຍໃນພະແນກຢ່າງພ້ອມ ພຽງ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ພູວັນລະມາລີ ພົມມະສານ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກ ໂນໂລຊີ ແຂວງ ອັດຕະປື ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ລາຍງານສະພາບລວມຂອງການເຄື່ອນໄຫວຈັດ ຕັ້ງປະຕິບັດວຽກງານຂອງ ພວຕ ແຂວງ ວ່າ: ໃນໄລຍະຜ່ານມາ ພະແນກ ແມ່ນໄດ້ເຄື່ອນໄຫວຕາມພາລະບົດ ບາດຂອງຕົນຕາມການຊີ້ນຳຂອງຂັ້ນເທິງ ໂດຍສະເພາະແມ່ນການລົງຕິດຕາມກວດກາຄຸນນະພາບ ແລະ ມາດ ຕະຖານຂອງສິນຄ້າ, ການນຳໃຊ້ເຕັກນິກວິທະຍາສາດເຂົ້າໃນ ວຽກງານຜະລິດກະສິກຳ ແລະ ອຸດສາຫະກຳ, ກວດກາສິນຄ້າລອກຮຽນແບບ, ສິນຄ້າປອມແປງເຄື່ອງໝາຍການຄ້າ ແລະ ວຽກອື່ນໆ. ຄຽງຄູ່ກັບຜົນງານທີ່ກ່າວມານັ້ນ, ແມ່ນຍັງຂາດເຂີນອຸປະກອນຈໍານວນໜຶ່ງ ເປັນຕົ້ນແມ່ນຫ້ອງວິໄຈ, ພາຫະນະຮັບໃຊ້ວຽກງານ, ງົບປະມານ ແລະ ບຸກຄະລາກອນ.
ພາຍຫຼັງຮັບຟັງການສະຫຼຸບລາຍງານ, ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງທ່ານລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງທ່ານໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ພະນັກງານພາຍໃນພະແນກເອົາໃຈໃສ່ວຽກງານການເມືອງ-ແນວຄິດ, ເຮັດວຽກເປັນ ໝູ່ຄະນະ ໂດຍມີຄວາມຮັບຜິດຊອບສູງ, ສືບຕໍ່ຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບຕາມພາລະບົດບາດ, ຮຽນຮູ້ສິ່ງໃໝ່ໆເພື່ອນຳມາພັດທະນາວຽກງານວິທະຍາ ສາດ ແລະ ເຕັກໂນໂລຊີ ຂອງແຂວງໃຫ້ດີຂຶ້ນກວ່າເກົ່າ.
ໃນໂອກາດຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງໄດ້ມອບຄອມພິວເຕີ ຈຳນວນ 2 ຊຸດ ໃຫ້ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ອັດຕະປື ເພື່ອນຳໃຊ້ເຂົ້າໃນການຈັດຕ້ັງປະຕິບັດວຽກງານ ຊຶ່ງເປັນກຽດມອບໂດຍ ທ່ານ ບັນດິດ ສຈ.ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຮັບໂດຍ ທ່ານ ນາງ ພູວັນລະມາລີ ພົມມະສານ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອັດຕະປື.

ຂ່າວ ແລະຮູບພາບ: ແສງທອງ ວັນນະທຳ

error: Content is protected !!
en_GB
lo en_GB