ຄະນະພັກ, ຄະນະນຳ ກວຕ ເຂົ້່າວາງພວງມາລາ ເພື່ອ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ໃນວັນທີ 14 ພຶດສະພາ 2020, ທີ່ ສະໂມສອນກົມ ໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ, ຄຳນຳພັກ, ຄະນະນຳ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຕາງໜ້າໃຫ້ພະນັກງານລັດຖະກອນ ໃນທົ່ວຂະ ແໜງການວິທະຍາສາດ ແລະ ເຕັກໂນໂລຊີ ທົ່ວປະ ເທດ ພ້ອມດ້ວຍຖັນແຖວນັກວິທະຍາສາດລາວ, ຊຶ່ງນຳໂດຍ ສະຫາຍ ບັນດິດ. ສຈ ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍຄະນຳກະຊວງ, ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ອະດີດກຳມະ ການສູນກາງພັກ ສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກຳມະການກົມການເມືອງສູນກາງພັກ ສະໄໝທີ IV,VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະ ທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດ ຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ, ອະດີດເລຂາ ຄະນະພັກ, ປະທານຄະນະກໍາມະການປົກຄອງກໍາເເພງຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງ ຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ໄດ້ເຖິງແກ່ມໍລະນະກໍາໃນວັນທີ 12 ພຶດສະພາ 2020 ລວມອາຍຸໄດ້ 92 ປີ.
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ແມ່ນຜູ້ນຳອາວຸໂສສຳຄັນຮຸ່ນທຳອິດຂອງພັກ-ລັດເຮົາ ທີ່ໄດ້ອຸທິດຊີວິດ, ສະຕິປັນຍາ ແລະ ເຮື່ອແຮງຂອງຕົນເຂົ້າ ໃນພາລະກິດຕໍ່ສູ້ກູ້ຊາດ ເພື່ອນຳພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ແບບເກົ່າ ແລະ ໃໝ່ ຕະຫຼອດໄລຍະເວລາ 30 ກວ່າປີ, ສະ ຫາຍ ແມ່ນນັກຮົບປະຕິວັດທີ່ກ້າແກ່ນ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ເປັນໜຶ່ງໃນບັນດານາຍທະຫານນຳພາທີ່ດີເດັ່ນ, ເປັນທີ່ເຄົາລົບຮັກຂອງກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ, ສະຫາຍ ແມ່ນພະນັກງານການນຳທີ່ມີແບບແຜນການນຳພາທີ່ດີ, ມີຄວາມສາມັກຄີປອງດອງ, ເປັນເອກະພາບພາຍໃນພັກ ແລະ ຢຶດໝັ້ນໃນອຸດົມ ການຂອງພັກ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ສະຫາຍ ມີຄຸນງາມຄວາມດີ, ມີຜົນງານອັນໃຫຍ່ຫຼວງ ທີ່ສະແດງອອກເຖິງຄຸນສົມບັດສິນທຳປະຕິວັດອັນຜ່ອງໃສ ແລະ ຄວາມຮັກຊາດແພງເຊື້ອຊາດ, ສະຫາຍ ໄດ້ຮັບຄວາມໄວເນື້ອເຊື່ອໃຈ ແລະ ເປັນທີ່ເຄົາລົບຮັກຂອງສະມາຊິກພັກ, ພະນັກງານນັກຮົບ ແລະ ປະຊາຊົນບັນດາເຜົ່າ ກໍຄື ເພື່ອນມິດຢ່າງກວ້າງຂວາງ, ເຖິງຢ່າງໃດກໍ ຕາມ ເພິ່ນໄດ້ຈາກພວກເຮົາໄປແລ້ວ ແຕ່ຄຸນງາມຄວາມດີ ແລະ ຜົນງານທີ່ເພິ່ນສ້າງໄວ້, ຈະຖືກຈາລຶກຈື່ຈຳໄວ້ກັບປະຊາຊົນລາວຮຸ່ນຫຼັງຕະຫຼອດໄປ.

ຂ່າວ ແລະ ພາບ: ບາລະຄອນ ສຸວັນນະພາສີ

error: Content is protected !!
en_GB
lo en_GB